ແນະນໍາຫຼັກສູດ 课程介绍

ຜູ້ຈັດການຝຶກອົບຮົມ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້                     平度

ສູນຈີນ-ເຢຍລະມັນເພື່ອການພັດທະນາແບບຍືນຍົງ CSD

ອົງການຮ່ວມມືສາກົນເຢຍລະມັນ                         GIZ

ສະຖາບັນພັດທະນາວິຊາຊີບສຶກສາກະຊວງສຶກສາທິການແລະກິລາລາວ 老挝

ຜູ້ຈັດການຝຶກອົບຮົມ

ໂຮງຮຽນສູນການສຶກສາວິຊາຊີບຜິງຕຸ້ສູນຈີນ-ເຢຍລະມັນເພື່ອການພັດທະນາແບບຍືນຍົງ/ອົງການຮ່ວມມືສາກົນເຢຍລະມັນສະຖາບັນພັດທະນາອາຊີວະສຶກສາກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ

ຜູ້ເຂົ້າຮ່ວມ

ອາຈານເຕັກນິກວິຊາຊີບລາວ

ອາຈານຜູ້ບັນຍາຍ

ຈູຢວນຜີງຕົງຜີງ

ສະຖານທີ່/ຮູບແບບ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້/ຫຼັກສູດຝຶກອົບຮົມທາງອອນລາຍ

ເວລາ

3 ວັນ

ວັນທີ

13 ເຖິງ ວັນທີ 15 ເດືອນ ຕຸລາ ປີ 2022

 

ຜົນໄດ້ຮັບຈາກການຮຽນ

ຫຼັງຈາກສໍາເລັດການການຝຶກອົບຮົມອາຈານເຕັກນິກວິຊາຊີບລາວ ແລະ ອາຈານທີ່ເຂົ້າຮ່ວມຝືກອົບຮົມຈະສາມາດ:

1. ເຂົ້າໃຈຫຼັກການພື້ນຖານຂອງການສຽບງ່າ ແລະ ແນະນໍາເຄື່ອງມືທົ່ວໄປ

2. ຮຽນຮູ້ວິທີການຕໍ່ກິ່ງທົ່ວໄປ.

3. ຮຽນຮູ້ວິທີການຕິດຕາທົ່ວໄປ.

4. ຮຽນຮູ້ໃນການຄຸ້ມຄອງຫຼັງຈາກການສຽບງ່າ.

5. ເຂົ້າໃຈປັດໄຈທີ່ສົ່ງຜົນກະທົບຕໍ່ການເຕີບໂຕຂອງການສຽບງ່າ.

6. ຮຽນຮູ້ວິທີການທົ່ວໄປຂອງການກວດກາຢຶນຢັນການເຕີບໂຕຂອງແກ່ນພັນ.

7. ເຂົ້າໃຈຮູບແບບລະບົບຄູ່ໃນການເຊື່ອມໂຍງຂອງທິດສະດີ ແລະ ການປະຕິບັດໃນໂຮງຮຽນອາຊີວະສຶກສາ.

8. ຮຽນຮູ້ການຄຸ້ມຄອງຫຼັກການ ແລະ ເຕັກນິກການເຄືອບແກ່ນພັນ (Technique of seed pelleting).

 

ຜົນທີ່ເກີດຂຶ້ນຈາກການຮຽນ

ຫຼັງຈາກສໍາເລັດການການຝຶກອົບຮົມອາຈານເຕັກນິກວິຊາຊີບລາວ ແລະ ອາຈານທີ່ເຂົ້າຮ່ວມຝືກອົບຮົມຈະສາມາດ:

1. ຮຽນຮູ້ການນຳໃຊ້ວິທີການຕິດຕາຕໍ່ກິ່ງການສຽບໃສ່ເປືອກການສຽບໃສ່ເນື້ອເຍື່ອ ແລະ ວິທີການອື່ນໆ ໃນການສຽບງ່າ.

2. ເລືອກເວລາ ແລະ ວິທີການປູກຝັງໃຫ້ເໝາະສົມຕາມສະພາບອາກາດ ແລະ ແນວພັນໄມ້ໃຫ້ໝາກ ເພື່ອດໍາເນີການການສຽບງ່າ.

3. ສາມາດກວດກາຄຸນນະພາບຂອງແກ່ນພັນທົ່ວໄປ ແລະ ວັດແທກຄວາມແຂງແຮງຂອງແກ່ນພັນ.

4. ສາມາດຮຽນຮູ້ຈາກຂະບວນການຮຽນການສອນຂອງຈີນ ແລະ ນຳໃຊ້ເຂົ້າໃນການຮຽນການສອນຂອງລາວ.

5. ເຂົ້າໃຈເຕັກນິກການເຄືອບແກ່ນພັນ(Technique of seed pelleting) ແລະ ອອກແບບແຜນການເພາະແກ່ນພັນ ໃຫ້ສອດຄ່ອງກັບຄວາມເປັນຈິງຂອງທ້ອງຖິ່ນ.

 

ພາສາ

ພາສາຈີນພາສາລາວ

 

ຮູບແບບວິທີການຮຽນ

1. ສອນຜ່ານວິດີໂອຖ່າຍທອດສົດ

2. ຮຽນຜ່ານການໄລສົດໃນຮູບແບບແລກປ່ຽນບົດຮຽນນໍາກັນ

3. ຮູບແບບການສອນໃນໂຄງການ

4. ການຄົ້ນຄວ້າສົນທະນາເປັນກຸ່ມ

ແນະນໍາຫຼັກສູດ 课程介绍

ຜູ້ຈັດການຝຶກອົບຮົມ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້                     平度

ສູນຈີນ-ເຢຍລະມັນເພື່ອການພັດທະນາແບບຍືນຍົງ CSD

ອົງການຮ່ວມມືສາກົນເຢຍລະມັນ                         GIZ

ສະຖາບັນພັດທະນາວິຊາຊີບສຶກສາກະຊວງສຶກສາທິການແລະກິລາລາວ 老挝

ຜູ້ເຂົ້າຮ່ວມ

ອາຈານວິຊາສະເພາະປຸງແຕ່ງອາຫານ ຂອງໂຮງຮຽນສູນການສຶກສາວິຊາຊີບຜິງຕຸ້ ແລະ ນັກສໍາມະນາກອນລາວ

ອາຈານຜູ້ບັນຍາຍ

ຊຸນຊິວເຟີງ  ເຢີ້ນເຫຼີຍ

ສະຖານທີ່/ຮູບແບບ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້/ການຝຶກອົບຮົມທາງອອນລາຍ

ເວລາ

3 ວັນ

ວັນທີ

9 - 11 ເດືອນ ພະຈິກ ປີ 2022


ຜົນໄດ້ຮັບໃນການຮຽນ

ຫຼັງຈາກສໍາເລັດການການຝຶກອົບຮົມ, ອາຈານເຕັກນິກວິຊາຊີບລາວ ແລະ ອາຈານທີ່ເຂົ້າຮ່ວມຝືກອົບຮົມຈະສາມາດ:

1. ເຂົ້າໃຈອຸປະກອນທົ່ວໄປສໍາລັບການປຸງແຕ່ງຜະລິດຕະພັນຊີ້ນແບບຕາເວັນຕົກ.

2. ຮຽນຮູ້ໃນວັດຖຸດິບ ແລະ ສ່ວນປະກອບທີ່ໃຊ້ທົ່ວໄປໃນປຸງແຕ່ງຜະລິດຕະພັນຊີ້ນແບບຕາເວັນຕົກ.

3. ຮຽນຮູ້ໃນການຈັດປະເພດ ແລະ ຄຸນລັກສະນະຂອງຜະລິດຕະພັນຊີ້ນ ແລະ ໄສ້ກອກແບບຕາເວັນຕົກ.

4. ຮຽນຮູ້ໃນການນໍາໃຊ້ເຄື່ອງບົດ ແລະ ສາມວິທີການບົດ.

5. ຮຽນຮູ້ວິທີການຜະລິດໄສ້ກອກທົ່ວໄປຫຼາຍປະເພດ.

6. ເຂົ້າໃຈສ່ວນປະກອບ ແລະ ການຈັດປະເພດກະແລັມ.

7. ຮຽນຮູ້ດ້ານວັດຖຸດິບ ແລະ ສ່ວນປະກອບທີ່ໃຊ້ທົ່ວໄປໃນການຜະລິດກະແລັມ.

8. ເຂົເາໃຈອຸປະກອນການຜະລິດກະແລັມ.

9. ຮຽນຮູ້ຂັ້ນຕອນການຜະລິດກະແລັມ.

10. ເຂົ້າໃຈມາດຕະຖານຂອງກະແລັມຈີນ, ພ້ອມທັງນຳໃຊ້ເຂົ້າໃນການຮຽນການສອນປະຈຳວັນ ແລະ ວຽກງານອື່ນໆ.

11. ປັບປຸງການອອກແບບການສອນໃນການຜະລິດກະແລັມໃຫ້ສົມບູນຂຶ້ນ.


ຜົນທີ່ເກີດຂຶ້ນຈາກການຮຽນ

ຫຼັງຈາກສໍາເລັດການການຝຶກອົບຮົມ, ອາຈານເຕັກນິກວິຊາຊີບລາວ ແລະ ອາຈານທີ່ເຂົ້າຮ່ວມຝືກອົບຮົມຈະສາມາດ:

1. ສາມາດຮຽນຮູ້ຕໍ່ກັບວັດຖຸດິບ ແລະ ສ່ວນປະກອບ ແລະບົດບາດການນໍາໃຊ້ທົ່ວໄປໃນປຸງແຕ່ງຜະລິດຕະພັນຊີ້ນແບບຕາເວັນຕົກ.

2. ເຂົ້າໃຈໂຄງສ້າງ ແລະ ໜ້າທີ່ຂອງອຸປະກອນທີ່ໃຊ້ທົ່ວໄປໃນການປຸງແຕ່ງຊີ້ນແບບຕາເວັນຕົກ.

3. ເຂົ້າໃຈສາມວິທີການບົດສາມແບບ,ສາມາດເລືອກວິທີການບົດທີ່ເໝາະສົມຕາມຄວາມຕ້ອງການຂອງຜະລິດຕະພັນ.

4. ຮຽນຮູ້ວິທີການຜະລິດໄສ້ກອກທົ່ວໄປຫຼາຍປະເພດ.

5. ຕັດສິນປະເພດກະແລັມໄດ້ຢ່າງຖືກຕ້ອງ.

6. ສາມາດຮຽນຮູ້ໃນການເລືອກວັດຖຸດິບ ແລະ ສ່ວນປະກອບທີ່ໃຊ້ທົ່ວໄປໃນການຜະລິດກະແລັມ.

7. ເຂົ້າໃຈໂຄງສ້າງ ແລະ ໜ້າທີ່ຂອງອຸປະກອນຫຼັກສໍາລັບການຜະລິດກະແລັມ.

8. ຮຽນຮູ້ຂັ້ນຕອນການຜະລິດກະແລັມ.

9. ເຂົ້າໃຈມາດຕະຖານ ກະແລັມຂອງຈີນ ແລະ ສາມາດອ້າງອີງເຂົ້າໃນມາດຕະຖານ ຂອງລາວໄດ້ຢ່າງຖືກຕ້ອງ.

10.ປັບປຸງການອອກແບບການສອນໃນການຜະລິດກະແລັມໃຫ້ສົມບູນຂຶ້ນເຂົ້າໃນວຽກງານຕົວຈິງ.


ພາສາ

ພາສາຈີນພາສາລາວ

ຮູບແບບການສອນ

1. ສອນຜ່ານວິດີໂອຖ່າຍທອດສົດ

2. ຮຽນຜ່ານການໄລສົດໃນຮູບແບບແລກປ່ຽນບົດຮຽນນໍາກັນ

3. ຮູບແບບການສອນແບບໂຄງການ

4. ການສອນດ້ວຍວິດີໂອ (ສະແດງຂັ້ນຕອນການຜະລິດໄສ້ກອກຫຼາຍປະເພດການປະຕິບັດການແຊ່ແຂງກະແລັມການສອນໃນຫ້ອງຮຽນກ່ຽວກັບການກວດກາດ້ວຍປະສາດສໍາຜັດ)

5. ວິທີການຮຽນການສອນເປັນກຸ່ມ

6. ວິທີການສົນທະນາບັນຫາ


ແນະນໍາຫຼັກສູດ 课程介绍

ຜູ້ຈັດການຝຶກອົບຮົມ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້                     平度

ສູນຈີນ-ເຢຍລະມັນເພື່ອການພັດທະນາແບບຍືນຍົງ CSD

ອົງການຮ່ວມມືສາກົນເຢຍລະມັນ                         GIZ

ສະຖາບັນພັດທະນາວິຊາຊີບສຶກສາກະຊວງສຶກສາທິການແລະກິລາລາວ 老挝

ອາຈານຜູ້ບັນຍາຍ

ຫຼີວ ຢູ້, ຊຸນໂຊເຊ່ຍ, ເຈີ້ງຖົງເຊິງ

 ສະຖານທີ່/ຮູບແບບ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້/ຫຼັກສູດຝຶກອົບຮົມອອນລາຍ

ເວລາ

2 ມື້


ຜົນການຮຽນ

ພາຍຫຼັງ​ການ​ຝຶກ​ອົບຮົມອາຈານເຕັກນິກວິຊາຊີບລາວ​ແລະອາຈານທີ່ເຂົ້າຮ່ວມຝືກອົບຮົມ:

1. ເຂົ້າໃຈ​ກ່ຽວ​ກັບ​ວິຊາການ​​ເຕັກ​ໂນ​ໂລ​ຊີ​ເຄື່ອງ​ຈັກ​ໄຟ​ຟ້າ​ຂອງໂຮງ​ຮຽນສູນການສຶກສາວິຊາຊີບຜິງຕູ້.

2.ສາມາດກໍາແໜ້ນໃນໂຄງສ້າງສັນຍາລັກຫນ້າທີ່ ຫຼື ບົດບາດການຕິດຕັ້ງ ສາຍໄຟ ຂອງເຄື່ອງໃຊ້ໄຟຟ້າແຮງດັນຕໍ່າທົ່ວໄປ.

3. ສາມາດກໍາແໜ້ນ ຫຼັກມູນ ແລະ ສາຍວົງຈອນການຄວບຄຸມ ການດໍາເນີນງານຫນຶ່ງ ຂອງມໍເຕີ້asynchronous cage ສາມເຟດ.

4. ສາມາດກໍາແໜ້ນຕໍ່ກັບ ຫຼັກມູນ ແລະ ການຕໍ່ສາຍຂອງ ວົງຈອນຄຸມການເຮັດວຽກທິດທາງໄປໜ້າແລະກັບຄືນຂອງມໍເຕີ້ແບບasynchronous 3 ເຟດ

5. ສາມາດກໍາແໜ້ນຕໍ່ກັບ ຫນ້າທີ່ຂອງສະຫວິດຄວບຄຸມເວລາ ວິທີການເລືອກ ແລະ ການນໍາໃຊ້ມັນ

6. ເຂົ້າໃຈວິທີການຊື້ ແລະ ນໍາໃຊ້ການຄວບຄຸມໄລຍະໄກໄຮ້ສາຍ


ສິ່ງທີ່ໄດ້ ຫຼື ເກີດຂຶ້ນມາຈາກການຮຽນ

ພາຍຫຼັງ​ການ​ຝຶກ​ອົບຮົມອາຈານເຕັກນິກວິຊາຊີບລາວແລະອາຈານທີ່ເຂົ້າຮ່ວມຝືກອົບຮົມ:

1. ໄດ້ຮູ້ຈັກເຖິງໂຄງສ້າງສັນຍາລັກໜ້າທີ່ ຫຼື ບົດບາດການຕິດຕັ້ງການຕໍ່ສາຍໄຟ ຂອງເຄື່ອງໃຊ້ໄຟຟ້າແຮງດັນຕໍ່າທົ່ວໄປ.

2. ໄດ້ຮູ້ຈັກເຖິງຫຼັກມູນແລະສາຍວົງຈອນການຄວບຄຸມການດໍາເນີນງານຫນຶ່ງຂອງມໍເຕີ້asynchronous cage ສາມເຟດ.

3.ໄດ້ຮູ້ຈັກເຖິງຫຼັກມູນແລະການຕໍ່ສາຍຂອງວົງຈອນການຄວບຄຸມດ້ວຍໜ້າສໍາພັດແບບປະສານແບບໝູນໄປກັບ (Contactor interlock)

4. ໄດ້ຮູ້ຈັກເຖິງຫນ້າທີ່ຂອງສະຫວິດຄວບຄຸມເວລາວິທີການເລືອກແລະການນໍາໃຊ້ມັນ

5. ເຂົ້າໃຈກ່ຽວກັບ ວິທີການຊື້ແລະນໍາໃຊ້ການຄວບຄຸມໄລຍະໄກໄຮ້ສາຍ


ພາສາ

ພາສາຈີນ, ພາສາລາວ

ຮູບແບບວິທີການຮຽນ

1.    ສອນຜ່ານວິດີໂອໄລຟ໌ສົດ

2.    ການຮຽນຮູ້ ແລະ ແລກປ່ຽນບົດຮຽນນໍາກັນຜ່ານການໄລຟ໌ສົດ

3.    ຮູບແບບການສອນໃນໂຄງການ

4.    ວິດີໂອສະແດງພາບຈາກຊອບແວ (ມີການແປເປັນພາສາລາວ)


ແນະນໍາຫຼັກສູດ 课程介绍

ຜູ້ຈັດການຝຶກອົບຮົມ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້                     平度

ສູນຈີນ-ເຢຍລະມັນເພື່ອການພັດທະນາແບບຍືນຍົງ CSD

ອົງການຮ່ວມມືສາກົນເຢຍລະມັນ                         GIZ

ສະຖາບັນພັດທະນາວິຊາຊີບສຶກສາກະຊວງສຶກສາທິການແລະກິລາລາວ 老挝

ອາຈານຝຶກອົບຮົມ

ທ່ານເຫີເຈົາຊ່ານແລະທ່ານໂຫຊູເຈີ່ນ  

ສະຖານທີ່/ຮູບແບບ

ອອນລາຍ

ໄລຍະເວລາ

ມື້


ຜົນການຮຽນຮູ້

ພາຍຫຼັງຫຼັກສູດການຝຶກອົບຮົມຈົບລົງອາຈານສອນວິຊາຊີບສຶກສາດ້ານເຕັກໂນໂລຢີແລະອາຈານຝຶກອົບຮົມລາວ:

1. ເຂົ້າໃຈໂຄງສ້າງແລະຫຼັກມູນການເຮັດວຽກຂອງເຄື່ອງຈັກແຮງດັນສູງຮ່ວມລາງ

2. ຮຽນຮູ້ວິທີການກວດກາສ້ອມແປງແລະຮັກສາລະບົບແຮງດັນສູງຮ່ວມລາງ;

3. ຮຽນຮູ້ຫຼັກມູນການເຮັດວຽກຂອງວົງຈອນເລີ່ມຕົ້ນຂອງເຄື່ອງຈັກແລະທາງທິດສະດີສາມາດແກ້ໄຂຂໍ້ຂັດຂ້ອງລະບົບຂອງລະບົບ;

4. ເຂົ້າໃຈການປະກອບໂຄງສ້າງຂອງເຄື່ອງຈັກກ່ຽວເຂົ້າ;

5.ຮຽນຮູ້ວິທີການປັບພາກສ່ວນທີ່ສໍາຄັນຂອງເຄື່ອງຈັກກ່ຽວເຂົ້າ.

6. ຮຽນຮູ້ວິທີການຂັ້ນພື້ນຖານໃນການບົວລະບັດຮັກສາເຄື່ອງຈັກກ່ຽວເຂົ້າ

7. ເຂົ້າໃຈແນວຄິດການສິດສອນຂະບວນການສຶກສາແລະວິທີການສອນປະຈໍາວັນຂອງໂຮງຮຽນວິຊາຊີບສຶກສາຂອງຈີນ.


ໝາກຜົນຫຼັງການຮຽນ

ພາຍຫຼັງຫຼັກສູດການຝຶກອົບຮົມຈົບລົງອາຈານສອນວິຊາຊີບສຶກສາດ້ານເຕັກໂນໂລຢີແລະອາຈານຝຶກອົບຮົມລາວ:

1. ລອງໝູນໃຊ້ຂະບວນການສອນຂອງຈີເຂົ້າໃນການສອນຢູ່ທ້ອງຖິ່ນ;

2. ໃນທາງທິດສະດີໃຫ້ຮຽນຮູ້ວິທີການແກ້ໄຂຂໍ້ຂັດຂ້ອງຂອງວົງຈອນການເລີ່ມຕົ້ນຂອງເຄື່ອງຈັກແຮງດັນສູງຮ່ວມລາງແລະວິທີການແກ້ໄຂຂໍ້ຂັດຂ້ອງລະບົບຮ່ມທໍ່ເພື່ອວາງພື້ນຖານການປະຕິບັດຕົວຈິງໃນຕໍ່ໜ້າ;

3. ເຂົ້າໃຈໂຄງປະກອບແລະຂະບວນການການເຮັດວຽກຂອງເຄື່ອງຈັກກ່ຽວເຂົ້າແລະສາມາດຮຽນຮູ້ການປັບພາກສ່ວນທີ່ສຳຄັນຂອງເຄື່ອງຈັກກ່ຽວເຂົ້າໄດ້ຕາມທິດສະດີເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດຕົວຈິງໃນຕໍ່ໜ້າ.


ພາສາ

ພາສາຈີນ-ລາວການສອນແບບແປສອງທາງ.

ຮູບແບບການສອນ

1. ການສອນແບບອອນລາຍ

2. ວິທີການສອນ

3. ການເຮັດວຽກເປັນກຸ່ມ

4. ການສອນດ້ວຍວິດີໂອ (ທັກສະພາກປະຕິບັດ)



ແນະນໍາຫຼັກສູດ 课程介绍

ຜູ້ຈັດການຝຶກອົບຮົມ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້                     平度

ສູນຈີນ-ເຢຍລະມັນເພື່ອການພັດທະນາແບບຍືນຍົງ CSD

ອົງການຮ່ວມມືສາກົນເຢຍລະມັນ                         GIZ

ສະຖາບັນພັດທະນາວິຊາຊີບສຶກສາກະຊວງສຶກສາທິການແລະກິລາລາວ 老挝

ອາຈານຜູ້ບັນຍາຍ

ຫວາງ ຈຸນເຈຍ, ອີຈຸນຊິງ

ສະຖານທີ່/ຮູບແບບ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້/ຫຼັກສູດຝຶກອົບຮົມອອນລາຍ

ເວລາ

ມື້


ຜົນການຮຽນ

ພາຍຫຼັງການຝຶກອົບຮົມອາຈານເຕັກນິກວິຊາຊີບລາວແລະອາຈານທີ່ເຂົ້າຮ່ວມຝືກອົບຮົມ:

1. ເຂົ້າໃຈ​ກ່ຽວ​ກັບວິຊາການໃນ​ການ​ລ້ຽງ​ສັດ​ແລະ​ສັດ​ຕະ​ວະ​ແພດ​ຂອງ​ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້.

2. ເຂົ້າໃຈລັກສະນະຂອງການຜະລິດ ຫຼື ລ້ຽງຫມູທີ່ທັນສະໄຫມ

3. ຄຸ້ນເຄີຍກັບຂະບວນການເຕັກໂນໂລຢີຂອງການຜະລິດຫຼືລ້ຽງຫມູທີ່ທັນສະໄຫມ

4. ສາມາດປະຕິບັດການອອກແບບການລ້ຽງຫມູທີ່ທັນສະໄຫມ

5. ເຂົ້າໃຈກ່ຽວກັບການຄຸ້ມຄອງຟາມໝູຂອງບຸກຄະລາກອນລ້ຽງຫມູທີ່ທັນສະໄຫມ

6. ເຂົ້າໃຈການຄຸ້ມຄອງສິ່ງແວດລ້ອມຂອງຟາມຫມູທີ່ທັນສະໄຫມ

7. ເຂົ້າໃຈກ່ຽວກັບການວາງແຜນສະຖານທີ່ຟາມຫມູທີ່ທັນສະໄຫມ

8.ຮຽນຮູ້ວິທີການສອນທົ່ວໄປສໍາລັບນັກສຶກສາສາຂາວິຊາລ້ຽງສັດແລະສັດຕະວະແພດໃນໂຮງຮຽນວິຊາຊີບ


ສິ່ງທີ່ໄດ້ຫຼືເກີດຂຶ້ນມາຈາກການຮຽນ

ພາຍຫຼັງການຝຶກອົບຮົມອາຈານເຕັກນິກວິຊາຊີບລາວແລະອາຈານທີ່ເຂົ້າຮ່ວມຝືກອົບຮົມ:

1. ກໍາແໜ້ນໃນເຕັກນິກການຈໍາແນກຄວາມຕ້ອງການໃນການປະສົມພັນ ຫຼື ຄວາມຕ້ອງການທາງເພດຂອງຫມູ

2. ກໍາແໜ້ນໃນເຕັກນິກການເກັບກໍາແລະການຝຶກອົບຮົມ

3. ກໍາແໜ້ນໃນເຕັກນິກການວິນິດໄສການຖືພາຂອງໝູແມ່

4. ກໍາແໜ້ນໃນເຕັກນິກການຄອດລູກໝູ

5. ກໍາແໜ້ນເຕັກນິກການໃສ່ລະຫັດລູກໝູການຕັດແຂ້ວຕັດຫາງ

6. ກໍາແໜ້ນເຕັກນິກການຕອນລູກໝູ

7. ຄຸ້ນເຄີຍກັບວິທີການສອນຂອງນັກສຶກສາສາຂາວິຊາລ້ຽງສັດແລະ ສັດຕະວະແພດໃນໂຮງຮຽນວິຊາຊີບພາຍໃຕ້ຮູບແບບລະບົບຄູ່


ພາສາ

ພາສາຈີນພາສາລາວ

ຮູບແບບວິທີການຮຽນ

1.   ສອນຜ່ານວິດີໂອໄລຟ໌ສົດ

2.   ການຮຽນຮູ້ແລະແລກປ່ຽນບົດຮຽນນໍາກັນຜ່ານການໄລຟ໌ສົດ

3.   ຮູບແບບການສອນໃນໂຄງການ

4.   ວິດີໂອສະແດງພາບຈາກຊອບແວ (ມີການແປເປັນພາສາລາວ)




ແນະນໍາຫຼັກສູດ 课程介绍

ຜູ້ຈັດການຝຶກອົບຮົມ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້                      平度

ສູນຈີນ-ເຢຍລະມັນເພື່ອການພັດທະນາແບບຍືນຍົງ CSD

ອົງການຮ່ວມມືສາກົນເຢຍລະມັນ                         GIZ

ສະຖາບັນພັດທະນາວິຊາຊີບສຶກສາກະຊວງສຶກສາທິການແລະກິລາລາວ 老挝

ອາຈານສອນ

ຕົງຜິງ(Dong Ping), ໂຕ້ເລີ່ຍ(Dou Lei)


ເນື້ອໃນບົດສອນ

ການຮຽນວິຊາການປູກຝັງຄັ້ງນີ້ຕົ້ນຕໍ່ແມ່ນລວມມີ

1. ເຕັກໂນໂລຊີການປູກເບ້ຍຜັກ ແລະ ການຕໍ່ກິ່ງຜັກແບບໂຮງງານ

2. ເນື້ອໃນ ຂອບເຂດ: ກ່ຽວກັບການແບ່ງປະເພດຊາ ແລະ ການປຸງແຕ່ງໃບຊາ


ຈຸດປະສົງໃນການຮຽນ

ຫຼັງຈາກສໍາເລັດການຮຽນນັກສໍາມະນາກອນລາວ ຈະສາມາດ:

1. ສາມາດກໍາແໜ້ນຂັ້ນຕອນການ ປູກເບ້ຍ

2. ສາມາດເຂົ້າໃຈຂັ້ປູກເບ້ຍຜັກແບບໂຮງງານ

3. ສາມາດດໍາເນີນການຕໍ່ກິ່ງຜັກໄດ້

4.ເຮັດໃຫ້ເຂົ້າໃຈກ່ຽວກັບເຂດປູກຊາຂອງຈີນ, ຊະນິດຊາທີ່ມີຊື່ສຽງຂອງຈີນ

5. ເຂົ້າໃຈກ່ຽວກັບການແບ່ງປະເພດຊາຈີນ

6. ສາມາດກໍາແໜ້ນເຕັກນິກການປຸງແຕ່ງຊາຂຽວ

7. ເຄື່ອງອຸປະກອນຜະລິດຊາໃນຕະຫຼາດຈີນ

8. ຮູ້ກ່ຽວກັບການແບ່ງປະເພດຊາຈີນ

9. ກໍາແໜ້ນເຕັກນິກການຜະລິດຊາຂຽວແບບຊາຂຽວແບນ ແລະ ຊາຂຽວມ້ວນ


ຮູບແບບການສອນ

ການສາທິດຕົວຈິງຄົ້ຄວ້າ ແລະ ການສົນທະນາໃນເວທີ CIS COWebe