ແນະນໍາຫຼັກສູດ 课程介绍

ຜູ້ຈັດການຝຶກອົບຮົມ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້                     平度

ສູນຈີນ-ເຢຍລະມັນເພື່ອການພັດທະນາແບບຍືນຍົງ CSD

ອົງການຮ່ວມມືສາກົນເຢຍລະມັນ                         GIZ

ສະຖາບັນພັດທະນາວິຊາຊີບສຶກສາກະຊວງສຶກສາທິການແລະກິລາລາວ 老挝

ຜູ້ຈັດການຝຶກອົບຮົມ

ໂຮງຮຽນສູນການສຶກສາວິຊາຊີບຜິງຕຸ້, ສູນຈີນ-ເຢຍລະມັນເພື່ອການພັດທະນາແບບຍືນຍົງ/ອົງການຮ່ວມມືສາກົນເຢຍລະມັນ, ສະຖາບັນພັດທະນາອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ

ຜູ້ເຂົ້າຮ່ວມ

ອາຈານເຕັກນິກວິຊາຊີບລາວ

ອາຈານຜູ້ບັນຍາຍ

ຈູຢວນຜີງ, ຕົງຜີງ

ສະຖານທີ່/ຮູບແບບ

ໂຮງຮຽນສູນການສຶກສາວິຊາຊີບຜິງຕູ້/ຫຼັກສູດຝຶກອົບຮົມທາງອອນລາຍ

ເວລາ

3 ວັນ

ວັນທີ

13 ເຖິງ ວັນທີ 15 ເດືອນ ຕຸລາ ປີ 2022

 

ຜົນໄດ້ຮັບຈາກການຮຽນ

ຫຼັງຈາກສໍາເລັດການການຝຶກອົບຮົມ, ອາຈານເຕັກນິກວິຊາຊີບລາວ ແລະ ອາຈານທີ່ເຂົ້າຮ່ວມຝືກອົບຮົມຈະສາມາດ:

1. ເຂົ້າໃຈຫຼັກການພື້ນຖານຂອງການສຽບງ່າ ແລະ ແນະນໍາເຄື່ອງມືທົ່ວໄປ

2. ຮຽນຮູ້ວິທີການຕໍ່ກິ່ງທົ່ວໄປ.

3. ຮຽນຮູ້ວິທີການຕິດຕາທົ່ວໄປ.

4. ຮຽນຮູ້ໃນການຄຸ້ມຄອງຫຼັງຈາກການສຽບງ່າ.

5. ເຂົ້າໃຈປັດໄຈທີ່ສົ່ງຜົນກະທົບຕໍ່ການເຕີບໂຕຂອງການສຽບງ່າ.

6. ຮຽນຮູ້ວິທີການທົ່ວໄປຂອງການກວດກາຢຶນຢັນການເຕີບໂຕຂອງແກ່ນພັນ.

7. ເຂົ້າໃຈຮູບແບບລະບົບຄູ່ໃນການເຊື່ອມໂຍງຂອງທິດສະດີ ແລະ ການປະຕິບັດໃນໂຮງຮຽນອາຊີວະສຶກສາ.

8. ຮຽນຮູ້ການຄຸ້ມຄອງຫຼັກການ ແລະ ເຕັກນິກການເຄືອບແກ່ນພັນ (Technique of seed pelleting).

 

ຜົນທີ່ເກີດຂຶ້ນຈາກການຮຽນ

ຫຼັງຈາກສໍາເລັດການການຝຶກອົບຮົມ, ອາຈານເຕັກນິກວິຊາຊີບລາວ ແລະ ອາຈານທີ່ເຂົ້າຮ່ວມຝືກອົບຮົມຈະສາມາດ:

1. ຮຽນຮູ້ການນຳໃຊ້ວິທີການຕິດຕາຕໍ່ກິ່ງ, ການສຽບໃສ່ເປືອກ, ການສຽບໃສ່ເນື້ອເຍື່ອ ແລະ ວິທີການອື່ນໆ ໃນການສຽບງ່າ.

2. ເລືອກເວລາ ແລະ ວິທີການປູກຝັງໃຫ້ເໝາະສົມຕາມສະພາບອາກາດ ແລະ ແນວພັນໄມ້ໃຫ້ໝາກ ເພື່ອດໍາເນີການການສຽບງ່າ.

3. ສາມາດກວດກາຄຸນນະພາບຂອງແກ່ນພັນທົ່ວໄປ ແລະ ວັດແທກຄວາມແຂງແຮງຂອງແກ່ນພັນ.

4. ສາມາດຮຽນຮູ້ຈາກຂະບວນການຮຽນການສອນຂອງຈີນ ແລະ ນຳໃຊ້ເຂົ້າໃນການຮຽນການສອນຂອງລາວ.

5. ເຂົ້າໃຈເຕັກນິກການເຄືອບແກ່ນພັນ(Technique of seed pelleting) ແລະ ອອກແບບແຜນການເພາະແກ່ນພັນ ໃຫ້ສອດຄ່ອງກັບຄວາມເປັນຈິງຂອງທ້ອງຖິ່ນ.

 

ພາສາ

ພາສາຈີນ, ພາສາລາວ

 

ຮູບແບບວິທີການຮຽນ

1. ສອນຜ່ານວິດີໂອຖ່າຍທອດສົດ

2. ຮຽນຜ່ານການໄລສົດໃນຮູບແບບແລກປ່ຽນບົດຮຽນນໍາກັນ

3. ຮູບແບບການສອນໃນໂຄງການ

4. ການຄົ້ນຄວ້າສົນທະນາເປັນກຸ່ມ